ໃນຕອນເຊົ້າຂອງວັນທີ 24 ມັງກອນ 2023, ໄດ້ມີການຈັດພິທີປູກຕົ້ນຊະກຸຣະ ຕື່ມອີກ 150 ຕົ້ນ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ, ແຂວງຫົວພັນ
ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ,ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງແຂວງຫົວພັນ, ທ່ານ ໂຄບາຢາຊິ ເຄນອິຈິ (Mr. KOBAYASHI Kenichi) ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ມີແຂກກິດຕິມະ ສັກຄື ທ່ານ ພັນຄໍາ ວິພາວັນ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຮສ. ປອ. ພຸດ ສິມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງຝ່າຍ ສປປ ລາວ ແລະ ຝ່າຍຍີ່ປຸ່ນ ເຂົ້າຮ່ວມ.
https://doodido.com/%e0%bb%80%e0%ba%a1%e0%ba%b7%e0%ba%ad%e0%ba%87%e0%ba%a7%e0%ba%bd%e0%ba%87%e0%bb%84%e0%ba%8a-%e0%bb%81%e0%ba%82%e0%ba%a7%e0%ba%87%e0%ba%ab%e0%ba%bb%e0%ba%a7%e0%ba%9e%e0%ba%b1%e0%ba%99-%e0%bb%84%e0%ba%94/
|